thumb-xanhnow-lao

ຖ້າທ່ານເຫັນລົດໄຟຟ້າ Green SM ທີ່ກໍາລັງວ່າງຢູ່ຕໍ່ໜ້າ ແລະມີຄວາມປາດຖະນາຈະເດີນທາງໃນທັນທີ ໂດຍບໍ່ຈໍາເປັນຈອງຜ່ານແອັບ Green SM ຫຼື ລໍຖ້າລະບົບຈັບຄູ່, XanhNow ແມ່ນຄໍາຕອບທີ່ເໝາະສົມ. 

ດ້ວຍ XanhNow, ຜູ້ໃຊ້ສາມາດເລືອກລົດ Green SM ທີ່ຢູ່ໃກ້ທີ່ສຸດດ້ວຍຂັ້ນຕອນງ່າຍໆ ຄ້າຍກັບການໂທເອົາແທັກຊີດັ້ງເດີມ ແຕ່ມີຄວາມໂປ່ງໃສດ້ານລາຄາ ມີຄຸນນະພາບການບໍລິການ ແລະ ມີຄວາມປອດໄພໃນການຊໍາລະເງິນ. 

ບໍລິການ XanhNow ແມ່ນຮູບແບບ “ຈອງ – ຊໍາລະກ່ອນ – ເດີນທາງທັນທີ” ເພື່ອອໍານວຍຄວາມສະດວກ ແລະ ປະສົບການເດີນທາງທີ່ທັນສະໄຫມ ແລະ ເປັນມິດກັບສິ່ງແວດລ້ອມ. 

ວິທີນໍາໃຊ້ XanhNow ໃນແອັບ Green SM 

XanhNow ເປັນຟັງຊັນທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໂດຍກົງກັບຄົນຂັບທີ່ຕ້ອງການ ຜ່ານຂັ້ນຕອນທີ່ງ່າຍດາຍ. 

XanhNow ເປັນຟັງຊັນທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໂດຍກົງກັບຄົນຂັບທີ່ຕ້ອງການ ຜ່ານຂັ້ນຕອນທີ່ງ່າຍດາຍ. 

ຂັ້ນຕອນ 1: ເປີດແອັບ Green SM ແລະ ເລືອກຈຸດຮັບ – ຈຸດໝາຍ 

ໃນໜ້າຫຼັກ ກະລຸນາກອກຂໍ້ມູນສະຖານທີ່ປາຍທາງຕາມຄວາມຕ້ອງການ. 

XanhNow ເປັນຟັງຊັນທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໂດຍກົງກັບຄົນຂັບທີ່ຕ້ອງການ ຜ່ານຂັ້ນຕອນທີ່ງ່າຍດາຍ. 

ຂັ້ນຕອນ 2: ເລືອກປະເພດລົດ ແລະ ວິທີການຊໍາລະເງິນ 

ເລືອກປະເພດລົດ (ລົດກົງ) ແລະ ວິທີການຊໍາລະເງິນ. ສາມາດນໍາໃຊ້ລະຫັດສ່ວນຫຼຸດ (ຖ້າມີ) ເພື່ອປະຫຍັດຄ່າໃຊ້ຈ່າຍ. 

XanhNow ເປັນຟັງຊັນທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໂດຍກົງກັບຄົນຂັບທີ່ຕ້ອງການ ຜ່ານຂັ້ນຕອນທີ່ງ່າຍດາຍ. 

ຂັ້ນຕອນ 3: ເລືອກ XanhNow ແລະ ຮັບລະຫັດການເດີນທາງ 

ຫຼັງຈາກເລືອກ XanhNow ລະບົບຈະສະແດງລະຫັດ 4 ຕົວເລກ. ກະລຸນາສະແດງລະຫັດນີ້ໃຫ້ຄົນຂັບເພື່ອຢືນຢັນ ແລະ ຈັບຄູ່ການເດີນທາງ. ລະຫັດນີ້ມີອາຍຸ 10 ນາທີ. ຖ້າໝົດອາຍຸ ທ່ານສາມາດດໍາເນີນການຈອງໃໝ່ໄດ້. 

XanhNow ເປັນຟັງຊັນທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໂດຍກົງກັບຄົນຂັບທີ່ຕ້ອງການ ຜ່ານຂັ້ນຕອນທີ່ງ່າຍດາຍ. 

ຂັ້ນຕອນ 4: ຂຶ້ນລົດ ແລະ ເລີ່ມອອກເດີນທາງ 

ເມື່ອຄົນຂັບໃສ່ລະຫັດຢືນຢັນ ການເດີນທາງຈະເລີ່ມຕົ້ນ. ຜູ້ໃຊ້ສາມາດຕິດຕາມເສັ້ນທາງຢູ່ພາຍໃນແອັບໄດ້. 

ຖ້າບໍ່ພົບລົດ Green SM ທີ່ກໍາລັງວ່າງຢູ່ໃກ້ຄຽງ ທ່ານສາມາດຈອງລົດຕາມຮູບແບບປົກກະຕິຜ່ານແອັບ Green SM ໂດຍ 

– ກອກຈຸດຮັບ ແລະ ຈຸດໝາຍ 

– ເລືອກປະເພດລົດ 

– ກົດຈອງລົດ 

ລະບົບຈະຈັບຄູ່ຄົນຂັບທີ່ເໝາະສົມ ແລະ ໃກ້ທີ່ສຸດ. ຜູ້ໃຊ້ສາມາດຕິດຕາມຕໍາແໜ່ງລົດໄດ້ຈົນກວ່າຄົນຂັບຈະມາຮອດ. 

ນອກເໜືອຈາກການຈອງຜ່ານແອັບ ພາຍໃນກໍຍັງສາມາດເລືອກໂທເອົາບໍລິການ Taxi Green SM ໄດ້ເຊັ່ນກັນ. ພຽງແຕ່ຕິດຕໍ່ 021 988 888 ແລະປະຕິບັດຕາມຄໍາແນະນໍາ ລະບົບຈະດໍາເນີນການຈັດສົ່ງລົດໄປຮັບທ່ານຢ່າງຮອດໄວ ແລະສະດວກ. 

ໄວກວ່າ ຂຽວກວ່າ ປອດໄພກວ່າ

Category: Uncategorized

Add Comment

Your email address will not be published. Required fields are marked *