XANH SM ແຈ້ງການຢຸດໃຫ້ບໍລິການທີ່ວັງວຽງ

ວັນທີ 30 ເດືອນກໍລະກົດ 2025 – Xanh SM ຂໍແຈ້ງຢ່າງເປັນທາງການວ່າ ບໍລິສັດຈະຢຸດໃຫ້ບໍລິການຢູ່ໃນເຂດພື້ນທີ່ວັງວຽງ ປະເທດລາວ ຕັ້ງແຕ່ວັນທີ 31/7/2025 ເປັນຕົ້ນໄປ

XANH SM ແຈ້ງການຢຸດໃຫ້ບໍລິການທີ່ວັງວຽງ
XANH SM ແຈ້ງການຢຸດໃຫ້ບໍລິການທີ່ວັງວຽງ

ຂໍຕົກລົງນີ້ເປັນສ່ວນໜຶ່ງໃນຄົງການທົດສອບແລະປັບປຸງການບໍລິການໃຫ້ມີປະສິດທິພາບ ແລະ ໂດຍມຸ່ງເນັ້ນໃຫ້ຢ່າງມີປະສິດທິຜົນ ໃນຕະຫຼາດນະຄອນວຽງຈັນ ເຊິ່ງເປັນພື້ນທີ່ທີ່ກໍາລັງສະແດງໃຫ້ເຫັນຖຶງການເຕີບໂຕຢ່າງສູງຂອງຕະຫລາດ, ສະນັ້ນ ລົດ Xanh SM ທີ່ປະຈຳຢູ່ເມືອງວັງວຽງ ຈະຖືກປັບປ່ຽນໄປປະຈຳຢູ່ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ໃນການຕອບສະໜອງຄວາມຕ້ອງການດ້ານການເດີນທາງທີ່ຍືນຍົງ ແລະເພື່ອໃຫ້ບໍລິການຢູ່ໃນລະດັບສູງສຸດແກ່ລູກຄ້າ.

Xanh SM ໄດ້ສັນຍາວ່າຈະສືບຕໍ່ພັດທະນາການເດີນທາງທີ່ຍືນຍົງໃນບັນດາໂຕເມືອງແລະໃນພື້ນທີ່, ມຸ່ງໜ້າໄປສູ່ເປົ້າໝາຍໃນການຫຼຸດຜ່ອນການປ່ອຍມົນລະພິດ, ປົກປັກຮັກສາສິ່ງແວດລ້ອມ ແລະຍົກລະດັບຜູ້ໃຊ້ບໍລິການ.

ເພື່ອໄດ້ຮັບການຊ່ວຍເຫຼືອ ແລະຄໍາແນະນໍາຂໍ້ມູນຕ່າງໆ, ຂໍຄວາມກະລຸນາຈາກລູກຄ້າຕິດຕໍ່ຜ່ານເບີໂທລະສັບສາຍດ່ວນ: 021 988888

Xanh SM ຂໍຂອບໃຈທ່ານຢ່າງສູງ