ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Xanh SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ.

ຕາມການຕົກລົງ, ບໍລິສັດ Xanh SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Xanh SM Taxi, ບໍລິການຮັບ – ສົ່ງສະໜາມບິນ Xanh SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.
ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ ປະຢັດຄ່າໃຊ້ຈ່າຍການຂົນສົ່ງໂດຍສານ. ແນວທາງເຫຼົ່ານີ້ ມຸ້ງໝາຍເພື່ອຊ່ວຍໃຫ້ວິສາຫະກິດຍົກລະດັບປະສິດທິພາບໃນການດຳເນີນທຸລະກິດ ແລະ ພັດທະນາປະສົບການ ການເດີນທາງທີ່ດີຂອງພະນັກງານ, ຜູ້ຊ່ຽວຊານ ແລະ ລູກຄ້າ.
ໃນສະພາບການທີ່ ສປປ ລາວ ກໍາລັງຜັກດັນແຜນພັດທະນາຕົວເມືອງໃຫ້ມີຄວາມຂຽວສົດງົດງາມ ແລະ ທັນສະໄໝຢ່າງຈິງຈັງ, ຄວາມຕ້ອງການໃນການນຳໃຊ້ຍານພາຫະນະທີ່ໃຊ້ພະລັງງານໄຟຟ້າໃນກຸ່ມວິສາຫະກິດກໍ່ນັບມື້ນັບເພີ່ມຂຶ້ນຢ່າງໄວວາ. ແນວໂນ້ມນີ້ຍັງສະທ້ອນເຖິງຄວາມໃສ່ໃຈຂອງວິສາຫະກິດ ຕໍ່ຮູບແບບການຂົນສົ່ງທີ່ປອດໄພ, ໂປ່ງໃສ ແລະ ຫຼຸດການໃຊ້ນ້ຳມັນເຊື້ອໄຟແບບດັ້ງເດີມ. AVILA ໃນຖານະເປັນໜຶ່ງໃນກຸ່ມວິສາຫະກິດທີ່ມີອິດທິພົນໃນລາວ, ໄດ້ກາຍເປັນຄູ່ຮ່ວມງານທຳອິດກັບ Xanh SM ໃນການນຳເອົາຮູບແບບຍານພາຫະນະໄຟຟ້າເຂົ້າສູ່ການນຳໃຊ້ຜ່ານແອັບພຣິເຄຊັ່ນເຂົ້າໃນຕົວຈິງ.
ບໍ່ພຽງແຕ່ໃຫ້ຄວາມສຳຄັນຕໍ່ກັບການບໍລິການຂົນສົ່ງເທົ່ານັ້ນ, Xanh SM ແລະ AVILA ຍັງໄດ້ຕົກລົງຮ່ວມກັນຈັດກິດຈະກຳແລກປ່ຽນໃນການນຳໃຊ້ຍານພາຫະນະໄຟຟ້າ, ສໍາມະນາເຊີງວິຊາການ ແລະ ໂຄງການແບ່ງປັນຄວາມຮູ້ ເພື່ອຊ່ວຍໃຫ້ວິສາຫະກິດເຂົ້າໃຈຊັດເຈນຫຼາຍຂຶ້ນກ່ຽວກັບຄຸນປະໂຫຍດຂອງການປ່ຽນແປງໃນດ້ານການຂົນສົ່ງສີຂຽວ. ສິ່ງນີ້ສາມາດຕີລາຄາໄດ້ວ່າເປັນການເດີນທາງຮ່ວມກັນທີ່ມີຄວາມໝາຍສຳຄັນ ໃນການຊ່ວຍເຫຼືອກຸ່ມວິສາຫະກິດໃຫ້ສາມາດປັບຕົວເຂົ້າກັບແນວໂນ້ມການພັດທະນາຢ່າງຍືນຍົງຂອງ ສປປ ລາວ.

ທ່ານ Nguyen Xuan Ha, ປະທານ AVILA ນະຄອນຫຼວງວຽງຈັນ ໄດ້ກ່າວປະກອບຄຳເຫັນ ແລະ ໄດ້ເນັ້ນໜັກວ່າ: “ຄວາມຕ້ອງການໃນການເດີນທາງທີ່ປອດໄພ ແລະ ໂປ່ງໃສ ກຳລັງເພີ່ມຂຶ້ນໃນກຸ່ມວິສາຫະກິດ. ການຮ່ວມມືກັບ Xanh SM ຊ່ວຍໃຫ້ບັນດາວິສາຫະກິດທີ່ກຳລັງດຳເນີນງານໃນ ສປປລາວ ມີທາງເລືອກຫຼາຍຂຶ້ນ ສອດຄ່ອງກັບແນວທາງການພັດທະນາຂຽວ. ພວກເຮົາເຊື່ອວ່າ ບໍລິການຂົນສົ່ງດ້ວຍລົດໄຟຟ້າ ຈະນຳພາຄຸນຄ່າທີ່ດີມາໃຫ້ແກ່ວິສາຫະກິດໃນອະນາຄົດໃນຕໍ່ໜ້າ.”
ຕາງໜ້າ Xanh SM, ທ່ານ Nguyen Ngoc Thuy Linh, ຮອງອໍານວຍການ ຝ່າຍປະຕິບັດການ ຕະຫຼາດຫວຽດນາມ ແລະ ລາວ, ໄດ້ກ່າວວ່າ: “ລາວກຳລັງກ້າວເຂົ້າສູ່ໄລຍະສຳຄັນຂອງຂະບວນການຫັນເປັນທັນສະໄໝ ແລະ ການພັດທະນາຢ່າງຍືນຍົງ. ພວກເຮົາຮູ້ສຶກປື້ມປິຕິຍິນດີກັບໂອກາດໃນການຮ່ວມມືກັບກຸ່ມວິສາຫະກິດຢູ່ທີ່ນີ້ ແລະ ມຸ່ງຫວັງທີ່ຈະປະກອບສ່ວນດ້ວຍແນວທາງ ການເດີນທາງດ້ວຍພະລັງງານໄຟຟ້າ ເຊິ່ງເໝາະສົມກັບເງື່ອນໄຂໂຄງຮ່າງພື້ນຖານ ແລະ ແຜນຍຸດທະສາດຂອງ ສປປ ລາວ. ເປົ້າໝາຍຂອງພວກເຮົາແມ່ນມອບຄວາມສະດວກ, ຄວາມໂປ່ງໃສ ແລະ ຄຸນນະພາບການບໍລິການທີ່ໝັ້ນຄົງ ໃຫ້ແກ່ບັນດາວິສາຫະກິດ.”

ໃນສະພາບທີ່ລາວກຳລັງເພີ່ມທະວີການຜັກດັນການຫັນປ່ຽນສູ່ຄວາມເປັນຂຽວ ແລະ ຍົກລະດັບຄຸນນະພາບຕົວເມືອງ, ຄວາມມຸ່ງໝັ້ນ ແລະ ຄວາມຮັບຜິດຊອບຂອງວິສາຫະກິດມີບົດບາດສຳຄັນຢ່າງຫຼາຍ. ການທີ່ AVILA ໄດ້ກາຍເປັນກຸ່ມວິສາຫະກິດທຳອິດທີ່ຮ່ວມມືດ້ານຍຸດທະສາດກັບ Xanh SM ແມ່ນເປັນຂີດໝາຍສຳຄັນໃນການຂະຫຍາຍລະບົບນິເວດການເດີນທາງທີ່ສະອາດໃນ ສປປ ລາວ ໃນລາວ. ບົດບັນທຶກສັນຍາໄດ້ຖືກລົງນາມ ຕົງກັບເນື່ອງໃນໂອກາດຄົບຮອບ 50 ປີແຫ່ງວັນສະຖາປະນາ ສປປ ລາວ, ນຳພາຄວາມເຊື່ອໝັ້ນໄປສູ່ອະນາຄົດໃນຕົວເມືອງທີ່ທັນສະໄໝ, ສະອາດ ແລະ ຍືນຍົງຍິ່ງຂຶ້ນ.


