ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Xanh SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ
ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ.

ຂໍ້ມູນລາຍການ
ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%
ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Xanh SM ໃນສປປລາວ
ໄລຍະເວລານຳໃຊ້: 11/03/2026 – 31/03/2026
ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric”
ໂປຣໂມຊັນຂອງ Xanh SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ.
ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Xanh SM ຍັງເປັນທາງເລືອກການເດີນທາງທີ່ ປະຢັດ ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ສຳລັບປະຊາຊົນ.
ມຸ້ງສູ່ອະນາຄົດການຂົນສົ່ວສີຂຽວ
ດ້ວຍລະບົບລົດໄຟຟ້າທີ່ຂັບຂີ່ນຸ່ມນວນ ບໍ່ປ່ອຍມົນລະພິດ ແລະ ການບໍລິການມືອາຊີບ, Xanh SM ມຸ່ງຫວັງທີ່ຈະຮ່ວມເດີນທາງກັບລູກຄ້າໃນລາວ ໃນການສ້າງສັງຄົມທີ່ສີຂຽວ ແລະ ຍືນຍົງຫຼາຍຂຶ້ນ.
ເລືອກ Xanh SM ສຳລັບທຸກການເດີນທາງ ແລະ ມາຮ່ວມກັນສ້າງອະນາຄົດສີຂຽວ.



