• ແນະນໍາ
  • ການບໍລິການ
  • ຮັບສະໝັກພະນັກງານ
    • ບໍລິສັດ
    • ຄົນຂັບລົດຈັກແຊັງເອັດສເອັມ
  • ພະນັກງານຂັບລົດ
  • ຕິດຕໍ່ພົວພັນ
Menu
  • ແນະນໍາ
  • ການບໍລິການ
  • ຮັບສະໝັກພະນັກງານ
    • ບໍລິສັດ
    • ຄົນຂັບລົດຈັກແຊັງເອັດສເອັມ
  • ພະນັກງານຂັບລົດ
  • ຕິດຕໍ່ພົວພັນ
  • LA
Menu
  • LA

ໜ້າຫຼັກ   •   ຂ່າວສານ

  • 01.03.2024
  • 17:11

ແຂວງສະຫວັນນະເຂດ, ສປປ ລາວ, ວັນທີ01/03/2024 –ພາຍຫຼັງເປີດໃຫ້ບໍລິການຢູ່ສາຂານະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວວັງວຽງ, ບໍລິສັດ Xanh SM Laos ໄດ້ຂະຫຍາຍການບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນແຂວງສະຫວັນນະເຂດ.ເຊິ່ງບໍ່ພຽງແຕ່ເປັນຂີດໝາຍບາດກ້າວແຫ່ງການຈະເລີນເຕີບໂຕຂອງເຄື່ອງໝາຍການຄ້າ Xanh SM ເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນປະເທດລາວລ້ານຊ້າງອີກດ້ວຍ.

ດັ່ງທີ່ກ່າວມານັ້ນ, ​ແຕ່​ວັນ​ທີ 1 ມີນາ 2024, ປະຊາຊົນ​ທ້ອງ​ຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ​ທີ່​ມາທ່ອງທ່ຽວ​ແຂວງ​ສະຫວັນ​ນະ​ເຂດ ​ສາມາດໃຊ້​ບໍລິການລົດແທັກຊີທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍ​ມາດຕະຖານ​ບໍລິການ 5 ດາວ, ຄຸນ​ນະພາ​ບທີ່ໂດດເດັ່ນ ​ແລະ ​ມີ​ທີມງານ​ຂັບ​ລົດ​ເປັນມືອາ​ຊີບ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບ ພລິເຄຊັ່ນ Xanh SM Laos, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດໄດ້ໂດຍກົງຕາມທ້ອງຖະໜົນ. ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ.

ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ນີ້, Xanh SM Laos ຈະມີໂປຣໂມຊັ່ນສຸດພິເສດ ມອບໃຫ້ສະເພາະແຂວງສະຫວັນນະເຂດ. ເລີ່ມແຕ່ວັນທີ 01-10/3 ນີ້, ລູກຄ້າທີ່ດາວໂຫຼດແອັບ Xanh SM Laos ແລະ ເອີ້ນຈອງລົດແທັກຊີ ຈະໄດ້ຮັບລະຫັດສ່ວນຫຼຸດ 100% ຈໍານວນ 02 ລະຫັດ ໃນທຸກໆມື້ (ມູນຄ່າສູງສຸດ 50,000 ກີບ). ນອກຈາກນັ້ນ, ເນື່ອງໃນໂອກາດເປີດປີທ່ອງທ່ຽວລາວ ທີ່ແຂວງສະຫວັນນະເຂດ, ບໍລິສັດ ແຊັງ ເອັດສເອັມ ລາວ Xanh SM Laos ຈະສືບຕໍ່ມອບລະຫັດສ່ວນຫຼຸດ 50% ໃຫ້ກັບລູກຄ້າ ຈຳນວນ 100 ລະຫັດ  (ມູນຄ່າສູງສຸດ 50,000 ກີບ) ໃນທຸກໆມື້, ສາມາດນໍາໃຊ້ໄດ້ ສູງສຸດ 3 ຖ້ຽວ/ມື້, ນັບແຕ່ມື້ວັນທີ 11 ມີນາ ເຖິງວັນທີ 17 ມີນາ ນີ້.

ໃນເບື້ອງຕົ້ນ, ບໍລິສັດ ແຊັງເອັດສເອັມລາວ ໄດ້ນຳເຂົ້າລົດຍົນ ຍີ່ຫໍ້ VinFast VF5 Plus ຈຳນວນ 100 ຄັນ, ມີສີທີ່ເປັນເອກະລັກຄື ສີຟ້າອ່ອນ, ເຄື່ອນໄຫວຢູ່ ແຂວງສະຫວັນນະເຂດ. ການ​ເລືອກ​ເອົາ​ແຂວງ​ສະຫວັນ​ນະ​ເຂດ ກໍ່ເພື່ອເປັນການຂະຫຍາຍ​ການ​ບໍລິການລົດແທັກຊີໄຟຟ້າ ເຊິ່ງນອນຢູ່ໃນແຜນຍຸດທະສາດຂອງ Xanh SM Laos ທີ່​ຈະຂະຫຍາຍການ​ພັດທະນາ​ບໍລິການ​ລົດ​ແທັກ​ຊີ​ໄຟຟ້າ​ໃນ ສປປ​ ລາວ. ພ້ອມ​ທັງເປັນການ​ປະກອບສ່ວນ​ສ້າງ​ຄວາມ​ນິຍົມ​ທາງ​ດ້ານ​ການ​ເດີນທາງ​ສີຂຽວ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​. ໃນອະນາຄົດ, ແຊັງເອັດສເອັມລາວ ຈະສືບຕໍ່ຂະຫຍາຍ “ການເດີນທາງສີຂຽວ” ໄປບັນດາແຂວງ, ນະຄອນຕ່າງໆເຊັ່ນ: ນະຄອນຫຼວງພະບາງ, ນະຄອນຈໍາປາສັກ… ໃນຄັ້ງໄປ.

ນອກຈາກ​ນີ້, ການ​ຂະຫຍາຍ​ການ​ບໍລິການ​ຂອງ ແຊັງເອັດສເອັມລາວ ຢູ່​ແຂວງ​ສະຫວັນ​ນະ​ເຂດ ຍັງເປັນການ​ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນໄດ້ຢ່າງຫຼວງຫຼາຍ, ດ້ວຍ​ຫຼັກສູດການຝຶກ​ອົບຮົມ​ ​ຢ່າງ​ເປັນ​ລະບົບ, ມີ​ລາຍ​ຮັບ​ໝັ້ນຄົງ ​ແລະ ນະ​ໂຍບາຍ​ສະຫວັດດີ​ການ​ຢ່າງ​ເໝາະສົມ.

ຍ້ອນຂໍ້ໄດ້ປຽບທີ່ໂດດເດັ່ນຂອງລົດໄຟຟ້າ VinFast ທີ່ບໍ່ມີການປ່ອຍມົນລະພິດ ແລະ ບໍ່ມີສຽງລົບກວນ, ບໍລິສັດ Xanh SM Laos ໄດ້ສ້າງຄວາມປະທັບໃຈໃຫ້ກັບປະຊາຊົນລາວນັບແຕ່ຄັ້ງທຳອິດ ພາຍຫລັງໄດ້ມີການເປີດຕົວທີ່ນະຄອນຫຼວງວຽງຈັນ ໃນວັນທີ 9 ພະຈິກ 2023. ແອັບ Xanh SM Laos ໄດ້ມີຍອດການດາວໂຫຼດຫຼາຍກວ່າ 200,000 ຄັ້ງໃນເດືອນທຳອິດ ແລະ ໄດ້ຕິດອັນດັບໜຶ່ງຂອງ “ແອັບດາວໂຫຼດຟຣີ” ຢ່າງໄວວາ, ໃນໝວດລາຍການແອັບທ່ອງທ່ຽວໃນ App Store ແລະ Google Play.

ຜົນສຳເລັດຂອງ ບໍລິສັດ ແຊັງເອັດສເອັມລາວ ຢູ່ສາຂາ ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວ ວັງວຽງ ເປັນບາດກ້າວທີ່ເອື້ອອໍານວຍໃຫ້ບໍລິສັດສາມາດສືບຕໍ່ຂະຫຍາຍການບໍລິການໄປສູ່ແຂວງສະຫວັນນະເຂດ ກໍຄືຫຼາຍແຂວງ ແລະ ນະຄອນໃນຂັ້ນຕໍ່ໄປ./.

ລູກຄ້າສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບລົດແທັກຊີໄຟຟ້າ Xanh SM Taxi ຜ່ານ website: https://www.xanhsm.com/laos/ ຫຼື ດາວໂຫຼດແອັບ Xanh SM  Laos ຕາມລິ້ງຂ້າງລຸ່ມນີ້:
·       ສຳລັບ Android: https://bit.ly/XanhSMLaos1
·       ສຳລັບ iOS: https://bit.ly/XanhSMLaos2
ລູກຄ້າເອີ້ນຈອງລົດຄັ້ງທຳອິດຈະໄດ້ຮັບລະຫັດສ່ວນຫຼຸດ 50% ຈຳນວນ 02 ລະຫັດ (ມູນຄ່າສູງສຸດ 50,000 ກີບ) ໂປຣໂມຊັ່ນສາມາດນໍາໃຊ້ໄດ້ພາຍໃນ 07 ວັນ ນັບແຕ່ມື້ດາວໂຫຼດ ແລະ ລົງທະບຽນນໍາໃຊ້ແອັບ Xanh SM Laos ເປັນຕົ້ນໄປ.

ບົດຄວາມລ່າສຸດ

ບັດແຊັງອີເລັກໂທຣນິກ – ຂີ່ລົດສີຂຽວ – ຊຳລະເງິນງ່າຍດາຍ – ບໍ່ຕ້ອງເປັນຫ່ວງເລື່ອງລາຄາ

ແຊັງເອັດສເອັມລາວ ເປີດບໍລິການ ແທັກຊີ ໄຟຟ້າ ຢູ່ແຂວງຈໍາປາສັກ

XANH SM LAOS ເປີດບໍລິການ ແທັກຊີ ໄຟຟ້າ ຢູ່ແຂວງສະຫວັນນະເຂດ

ສໍາຜັດປະສົບການໃນການເດີນທາງທີ່ທ່ານກໍານົດເສັ້ນທາງເອງກັບ Xanh SM

ການເພີ່ມປະສິດທິພາບ ການບໍລິການແທັກຊີທີ່ຄຸ້ມຄ່າ ແລະ ປອດໄພ: ຫຼັກການສໍາຄັນ ທີ່ລູກຄ້າ

ບໍລິສັດ ແຊັງເອັດສເອັມລາວ ຈຳກັດ
  • ຕິດຕໍ່ສູນບໍລິການເພື່ອສອບຖາມຂໍ້ມູນແລະ ການຈອງລົດ: 021 988 888
  • Email: [email protected]
  • ສະຖານທີ່: ຖະໜົນ ໄກສອນພົມວິຫານ, ບ້ານ ພະຂາວ, ເມືອງ ໄຊທານີ, ແຂວງ ນະຄອນຫຼວງວຽງຈັນ
Facebook Instagram App-store Google-play

© 2023 GSM. All Rights Reserved. | Terms of use