• ແນະນໍາ
  • ການບໍລິການ
  • ຮັບສະໝັກພະນັກງານ
    • ບໍລິສັດ
    • ຄົນຂັບລົດຈັກແຊັງເອັດສເອັມ
  • ພະນັກງານຂັບລົດ
  • ຕິດຕໍ່ພົວພັນ
Menu
  • ແນະນໍາ
  • ການບໍລິການ
  • ຮັບສະໝັກພະນັກງານ
    • ບໍລິສັດ
    • ຄົນຂັບລົດຈັກແຊັງເອັດສເອັມ
  • ພະນັກງານຂັບລົດ
  • ຕິດຕໍ່ພົວພັນ
  • LA
    • VI
Menu
  • LA
    • VI

ໜ້າຫຼັກ   •   ຂ່າວສານ

  • 11.11.2024
  • 09:40
ວັນທີ 9 ພະຈິກ 2024 ຢູ່ທີ່ນະຄອນຫຼວງວຽງຈັນ  Xanh SM  ( ແຊງ ເອັສເອັມ)  ໄດ້ມີການຈັດກິດຈະກໍາ ສະເຫຼີມສະຫຼອງຄົບຮອບ 1 ປີ ໃນການເປິດໃຫ້ບໍລິການຢ່າງເປັນທາງການຂອງ Xanh SM  ( ແຊງ ເອັສເອັມ) ຢູ່ປະເທດລາວ.
ໃນໂອກາດນີ້ກໍ່ໄດ້ມີໂປຣໂມຊັ່ນພິເສດເພື່ອສົມມະນາຄຸນໃຫ້ແກ່ລູກຄ້າທີ່ໃຊ້ບໍລິການໃນໄລຍະເວລາຜ່ານມາ, ພາຍໃຕ້ຄໍາຂັວນທີ່ວ່າ: “ເດີນທາງດ້ວຍລົດ Xanh (ແຊງ)  ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ)” ໃນໄລຍະບຸນນະມັດສະການພະທາດຫຼວງວຽງຈັນປີນີ້ມີໂປໂມຊັນສ່ວນຫຼຸດສູງສຸດເຖິງ 30% ແລະ ຂອງຂວັນທີ່ໜ້າສົນໃຈຫຼາຍຢ່າງໃຫ້ແກ່ລູກຄ້າທີ່ເຂົ້າມາຮ່ວມງານ.
ນັບຕັ້ງແຕ່ ວັນທີ 10 ພະຈິກ ຫາ 15 ພະຈິກ 2024, ລູກຄ້າທີ່ເຂົ້າຮ່ວມງານບຸນນະມັດສະການພະທາດທາດຫຼວງຈະໄດ້ພົບກັບບູດຂອງ Xanh SM (ແຊງ ເອັສເອັມ) ເຊິ່ງໃນງານກໍ່ຈະໄດ້ພົບກັບຫຼາກຫຼາຍກິດຈະກໍາເຊັ່ນ: ທຸກທ່ານສາມາດດາວໂຫຼດແອັບ Xanh SM (ແຊງ ເອັສເອັມ) ແລະ ລົງທະບຽນແອັບ ຢູ່ບູດຂອງ Xanh SM (ແຊງ ເອັສເອັມ)ຈະໄດ້ຮັບຂອງຂວັນກະເປົາທີ່ເປັນເອກະລັກ ແລະ ຂອງຂວັນທີ່ໜ້າສົນໃຈຫຼາກຫຼາຍຢ່າງ.
ພິເສດ: ເມື່ອທ່ານຈອງລົດ Xanh SM (ແຊງ ເອັສເອັມ) ຜ່ານແອັບ, ລູກຄ້າຈະໄດ້ຮັບສ່ວນຫຼຸດພິເສດ ສູງເຖິງ 30% (ສູງສຸດເຖິງ 50,000 ກີບ/ຄັ້ງ) ກຳນົດເວລາຕັ້ງແຕ່ວັນທີ 4 ພະຈິກ ຫາ 10 ພະຈິກ 2024 ນີ້ ເທົ່ານັ້ນ.
Xanh SM Laos  ຈັດກິດຈະກໍາ ສະເຫຼີມສະຫຼອງ 1 ປີໃນການໃຫ້ບໍລິການໃນລາວ ພາຍໃຕ້ຄໍາຂັວນ: “ເດີນທາງດ້ວຍລົດ Xanh (ແຊງ) ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ) ”
ທີມງານລົດໄຟຟ້າ VinFast (ວິນຟາສ), Xanh SM (ແຊງ ເອັສເອັມ) ໄດ້ຢືນຢັນໃນພາລະກິດປົກປັກຮັກສາສິ່ງແວດລ້ອມ ແລະ ປັບປຸງຄຸນນະພາບຊີວິດ, ພ້ອມທັງຊຸກຍູ້ການເດິນທາງສີຂຽວໃຫ້ແກ່ປະຊາຊົນລາວ.
ພາຍຫຼັງ 1 ປີ ຂອງການປະຕິບັດຍຸດທະສາດ“Go Green Global” (9 ພະຈິກ 2023 ເຖິງ 9 ພະຈິກ 2024) Xanh SM (ແຊງ ເອັສເອັມ) ໃນການເປີດໃຫ້ບໍລິການຢູ່ປະເທດລາວ ໄດ້ມີການດາວໂຫຼດນໍາໃຊ້ແອັບເປັນຈໍານວນກວ່າແສນຄົນ ແລະ ໃຫ້ໄດ້ໃຫ້ບໍລິການລູກຄ້າຫຼາຍກວ່າ  1 ລ້ານຖ້ຽວ. ດ້ວຍໄລຍະທາງທັງໝົດກວ່າ 5,3 ລ້ານກິໂລແມັດ, ການເດີນທາງສີຂຽວຂອງ Xanh SM (ແຊງ ເອັສເອັມ)  ໄດ້ປະກອບສ່ວນຫຼຸດຜ່ອນປະລິມານ CO2 (ກາກບອນໄດອອກຊາຍ) ທຽບເທົ່າກັບການດູດຊຶມເອົາຕົ້ນໄມ້ 17 ລ້ານຕົ້ນໃນແຕ່ລະວັນ.
ມາເຖິງປັດຈຸບັນ, Xanh SM LAO (ແຊງ ເອັສເອັມ ລາວ)  ໄດ້ມີການຂະຫຍາຍການບໍລິການກວມທັງໝົດ  4 ແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ. ພ້ອມດຽວກັນນັ້ນ Xanh SM (ແຊງ ເອັສເອັມ)  ຍັງໄດ້ສ້າງໂອກາດໃນການສົ່ງເສີມວຽກເຮັດງານທຳທີ່ໝັ້ນຄົງ ແລະ ຄວາມປອດໄພໃຫ້ແກ່ຜູ້ຂັບຂີ່, ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ການມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມໃນລາວ. ຄວາມພະຍາຍາມນີ້ບໍ່ພຽງແຕ່ຊ່ວຍໃຫ້ Xanh SM (ແຊງ ເອັສເອັມ) ສ້າງຮູບແບບການດຳເນີນທຸລະກິດແບບຍືນຍົງເທົ່ານັ້ນ ຍັງໄດ້ວາງພື້ນຖານໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວມີສຸຂະພາບແຂງແຮງອີກດ້ວຍ.
ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການທົ່ວໂລກ ຂອງບໍລິສັດຫຸ້ນສ່ວນ ການຂັບຂີ່ສີຂຽວ ແລະ ອັດສະລິຍະ GSM  ແບ່ງປັນວ່າ: “ພວກເຮົາຮູ້ສຶກຂອບໃຈຢ່າງຍິ່ງຕໍ່ການຕ້ອນຮັບ ແລະ ການຊ່ວຍເຫຼືອພວກເຮົາສູ່ປະເທດລາວເຊິ່ງເປັນການເດີນທາງນຳເອົາ Xanh SM (ແຊງ ເອັສເອັມ) ຂະຫຍາຍທົ່ວໂລກ. ນີ້ບໍ່ພຽງແຕ່ແມ່ນບາດກ້າວບຸກທະລຸໃນການຜັນຂະຫຍາຍທຸລະກິດເທົ່ານັ້ນ, ຫາກຍັງແມ່ນຄວາມມານະພະຍາຍາມໃນການຮ່ວມມືກັນຂອງສອງປະເທດ ຫວຽດນາມ ແລະ ລາວ ເພື່ອແນໃສ່ນຳຕາໜ່າງຄົມມະນາຄົມສີຂຽວໃຫ້ນັບມື້ນັບຂະຫຍາຍຕົວຢ່າງວ່ອງໄວ ແລະ ຍັງເປັນປະກອບສ່ວນພັດທະນາແບບຍືນຍົງຂອງໂລກ.”
ເພື່ອຕອບສະໜອງຄວາມຕ້ອງການໃນເຄື່ອນໄຫວຂອງປະຊາຊົນໃຫ້ນັບມື້ນັບເພີ່ມຂຶ້ນ, Xanh SM (ແຊງເອັສເອັມ) ໄດ້ມີການປັບປຸງ ແລະ ຍົກລະດັບການບໍລິການຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ ບໍລິສັດໄດ້ມີການຈັດໂຄງການຝຶກອົບຮົມຢ່າງເຂັ້ມງວດເພື່ອປັບປຸງທັກສະຂອງທີມງານຂັບລົດຂອງຕົນ, ຈາກການດູແລລູກຄ້າໄປສູ່ການປະຕິບັດຍານພາຫະນະໃຫ້ມີການຂັບຂີ່ທີ່ປອດໄພ ແລະ ມີປະສິດທິພາບນັບມື້ນັບດີຂຶ້ນ.
ມາຮອດປະຈຸບັນ, ບໍລິສັດ Xanh SM (ແຊງເອັສເອັມ) ໄດ້ນຳໃຊ້ບໍລິການລົດແທັກຊີ່ໄຟຟ້າຢູ່ 4 ແຂວງ ລວມມີ : ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ແຂວງ ສະຫວັນນະເຂດ ແລະ  ແຂວງ ຈໍາປາສັກ.
ການເລືອກປະເທດລາວເປັນປະເທດທຳອິດໃນການປະຕິບັດຍຸດທະສາດທົ່ວໂລກ “Go Green Global” (ໂກລ ກລີນ ໂກລ ໂບ)  ບໍ່ພຽງແຕ່ເປັນບາດກ້າວບຸກທະລຸເທົ່ານັ້ນ ແຕ່ຍັງເປັນຄຳໝັ້ນສັນຍາຂອງ Xanh SM (ແຊງເອັສເອັມ) ໃນພາລະກິດເຜີຍແຜ່ວິຖີຊີວິດສີຂຽວຈາກຫວຽດນາມ ສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້,  ຍິ່ງໄປກວ່ານັ່ນໃນອະນາຄົດXanh SM (ແຊງເອັສເອັມ) ຄາດວ່າຈະຂະຫຍາຍໃຫ້ມີຢູ່ຫຼາຍປະເທດເພື່ອປະກອບສ່ວນສ້າງຕາໜ່າງການຂົນສົ່ງແບບຍືນຍົງ ແລະ ກ້າວໄປສູ່ອະນາຄົດສີຂຽວໃນທົ່ວໂລກ.
*ຄໍານວນໂດຍອ້າງອີງຈາກຂໍ້ມູນຈາກອົງການປົກປ້ອງສິ່ງແວດລ້ອມ ແລະກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມຂອງສະຫະລັດ
ລູກຄ້າສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບລົດແທັກຊີໄຟຟ້າ Xanh SM Taxi ຜ່ານເວັບໄຊ https://www.xanhsm.com/la-LA ຫຼື ຕິດຕໍ່ຜ່ານສາຍດ່ວນ 021 988 888.

ບົດຄວາມລ່າສຸດ

ບັດແຊັງອີເລັກໂທຣນິກ – ຂີ່ລົດສີຂຽວ – ຊຳລະເງິນງ່າຍດາຍ – ບໍ່ຕ້ອງເປັນຫ່ວງເລື່ອງລາຄາ

ແຊັງເອັດສເອັມລາວ ເປີດບໍລິການ ແທັກຊີ ໄຟຟ້າ ຢູ່ແຂວງຈໍາປາສັກ

XANH SM LAOS ເປີດບໍລິການ ແທັກຊີ ໄຟຟ້າ ຢູ່ແຂວງສະຫວັນນະເຂດ

ສໍາຜັດປະສົບການໃນການເດີນທາງທີ່ທ່ານກໍານົດເສັ້ນທາງເອງກັບ Xanh SM

ການເພີ່ມປະສິດທິພາບ ການບໍລິການແທັກຊີທີ່ຄຸ້ມຄ່າ ແລະ ປອດໄພ: ຫຼັກການສໍາຄັນ ທີ່ລູກຄ້າ

ບໍລິສັດ ແຊັງເອັດສເອັມລາວ ຈຳກັດ
  • ຕິດຕໍ່ສູນບໍລິການເພື່ອສອບຖາມຂໍ້ມູນແລະ ການຈອງລົດ: 021 988 888
  • Email: [email protected]
  • ສະຖານທີ່: ຖະໜົນ ໄກສອນພົມວິຫານ, ບ້ານ ພະຂາວ, ເມືອງ ໄຊທານີ, ແຂວງ ນະຄອນຫຼວງວຽງຈັນ
Facebook Instagram App-store Google-play

© 2023 GSM. All Rights Reserved. | Terms of use