
Xanh SM ໄດ້ລົງນາມເຊັນສັນຍາຮ່ວມມືເຊີງຍຸດທະສາດ ກັບສະມາຄົມນັກທຸລະກິດຫວຽດນາມ ປະຈຳລາວ (AVILA) ຂະຫຍາຍທາງເລືອກໃນການເດີນທາງສີຂຽວໃນ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Xanh SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ. ຕາມການຕົກລົງ, ບໍລິສັດ Xanh SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Xanh SM Taxi, ບໍລິການຮັບ – ສົ່ງສະໜາມບິນ Xanh SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ



